ໂນ໊ດແຄນ - ແຄນລາວ
@media(max-width: 991px) { #masthead { height: 100px; } img.custom-logo { margin: 0; height: auto; width: 50%; position: absolute; top: 20%; left: 25%; } .site-title { display: none; } }

oh

ສຽງແຄນລາວ ມໍລະດົກທາງພູມປັນຍາທີ່ຈັບຕ້ອງບໍ່ໄດ້ຂອງມວນມະນຸດໂລກ

วันเสาร์ที่ 19 มกราคม พ.ศ. 2562

ໂນ໊ດແຄນ


ໂນ໊ດແຄນ ໝາຍເຖິງ ສັນຍະລັກຕ່າງໆທີ່ໃຊ້ສະແດງຕົວສຽງຂອງແຄນ ເຊິ່ງໂດຍຫຼັກແລ້ວເຮົາສາມາດຂຽນໄດ້ 3 ແບບ ແລະ ອ່ານໄດ້ 2 ແບບຄື:
-   ໂນ໊ດອັກສອນສາກົນ: ໝາຍເຖິງໂນ໊ດທີ່ໃຊ້ອັກສອນໂຣມັນໃນການແທນສຽງໃຫ້ແຕ່ລະສຽງ, ໂນ໊ດປະເພດນີ້ເປັນທີ່ນິຍົມທົ່ວໂລກ ປະກອບມີ: C (ໂດ), D (ເຣ), E (ມີ), F (ຟ), G (ຊອນ), A (ລາ) ແລະ B (ທີ ຫຼື ຊີ). ໂນ໊ດປະເພດນີ້ສາມາດເຮັດໃຫ້ຄົນຕ່າງປະເທດເຂົ້າໃຈງ່າຍ ເນື່ອງຈາກວ່າມີການນໍາໃຊ້ກັນທົ່ວໂລກ ແຕ່ ສໍາລັບຜູ້ທີ່ເຝິກຫຼິ້ນດົນຕຣີເບື້ອງຕົ້ນອາດຈະຕ້ອງໃຊ້ເວລາໃນການຈື່ ຈໍາຫຼາຍກວ່າໂນ໊ດແບບອື່ນໆ.
-    ໂນ໊ດອັກສອນລາວ: ໝາຍເຖິງໂນ໊ດທີ່ໃຊ້ພະຍັນຊະນະລາວໃນການແທນສຽງໃຫ້ແຕ່ລະສຽງ ປະກອບມີ: ດ (ໂດ), ຣ (ເຣ), ມ (ມີ), ຟ (ຟາ), ຊ (ຊອນ), ລ (ລາ) ແລະ ທ, ຊ (ທີ ຫຼື ຊີ).
-    ໂນ໊ດຕົວເລກອາຣະບິກ: ໝາຍເຖິງໂນ໊ດທີ່ໃຊ້ຕົວເລກອາຣະບິກໃນການແທນສຽງໃຫ້ແຕ່ລະສຽງ ປະກອບມີ: 1 (ໂດ), 2 (ເຣ), 3 (ມີ), 4 (ຟາ), 5 (ຊອນ), 6 (ລາ) ແລະ 7 (ທີ ຫຼື ຊີ). ໂນ໊ດເພງປະເພດນີ້ນິຍົມໃຊ້ໃນສະໄໝກ່ອນ ເນື່ອງຈາກເປັນໂນ໊ດເພງທີ່ຄ່ອນຂ້າງງ່າຍ, ຈື່ຈໍາໄດ້ໄວ ແລະ ມີຄວາມເໝາະສົມແກ່ຜູ້ເລີ່ມຕົ້ນ ແຕ່ກໍມີຂໍ້ເສຍຄືເຮັດໃຫ້ຜູ້ຫຼິ້ນລື້ງເຄີຍ ແລະ ບໍ່ສາມາດຫຼິ້ນຕາມແບບສາກົນໃຫ້ໄດ້ດີເທົ່າທີ່ຄວນ.
ນອກຈາກນີ້, ບາງຄັ້ງພວກເຮົາຍັງໃຊ້ໂນ໊ດອັກສອນໄທໃນການເປົ່າອີກດ້ວຍ. ລາຍລະອຽດຂອງໂນ໊ດແຄນ ສະແດງໃນຕາຕະລາງລຸ່ມນີ້:
ໂນ໊ດຕົວອັກສອນສາກົນ
ໂນ໊ດຕົວອັກສອນລາວ
ໂນ໊ດອັກສອນໄທ
ໂນ໊ດຕົວເລກ
ຄຳອ່ານ
C
1
ໂດ
D
2
ເຣ
E
3
ມີ
F
4
ຟາ
G
5
ຊອນ
A
6
ລາ
B
ທ ຫຼື ຊ
7
ທີ ຫຼື ຊີ

      ການທີ່ຜູ້ເປົ່າແຄນຈະເປົ່າອອກມາໄດ້ດີ ຫຼື ບໍ? ສ່ວນໜື່ງແມ່ນມາຈາກການຈື່ຈໍາໂນ໊ດເພງແຕ່ລະຕົວຂອງລາຍແຄນທີ່ຈະເປົ່າ. ດັ່ງນັ້ນ, ຜູ້ເປົ່າ ຈໍາເປັນຢ່າງຍິ່ງທີ່ຈະຕ້ອງໄດ້ທ່ອງ ແລະ ຈື່ຈໍາໂນ໊ດເພງໃຫ້ຂື້ນໃຈ ເພື່ອເຮັດໃຫ້ການເປົ່າແຄນອອກມາຖືກຕ້ອງຕາມຈັງຫວະຂອງເພງນັ້ນໆ.

ไม่มีความคิดเห็น:

แสดงความคิดเห็น

ขับเคลื่อนโดย Blogger.