ປະເພດຂອງແຄນ - ແຄນລາວ
@media(max-width: 991px) { #masthead { height: 100px; } img.custom-logo { margin: 0; height: auto; width: 50%; position: absolute; top: 20%; left: 25%; } .site-title { display: none; } }

oh

ສຽງແຄນລາວ ມໍລະດົກທາງພູມປັນຍາທີ່ຈັບຕ້ອງບໍ່ໄດ້ຂອງມວນມະນຸດໂລກ

วันเสาร์ที่ 19 มกราคม พ.ศ. 2562

ປະເພດຂອງແຄນ


ແຄນປະກອບມີຫຼາຍຊະນິດ ເຊັ່ນ:
1. ແຄນຫົກ: ເປັນແຄນສໍ່ານ້ອຍເອີ້ນວ່າ ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ 3 ລູກ ມີສຽງນຳກັນ 5 ສຽງຄື: ຟາ-ຊອນ-ລາ-ໂດ-ເຣ.
2. ແຄນເຈັດ: ເປັນແຄນສໍ່າກາງມີລູກຂ້າງລະ 7 ລູກ, ແຄນສ່ຳກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ 7 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ.
3. ແຄນແປດ: ເປັນແຄນສໍ່າກາງເຊິ່ງໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ. ໃຊ້ສໍາລັບເປົ່າດ່ຽວໂດຍປະສົມປະສານກັບສຽງ ລໍາ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລໍານິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່.
4. ແຄນເກົ້າ: ເປັນແຄນທີ່ມີລູກຂ້າງລະເກົ້າ, ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມຊົມຊື່ນເປົ່າໃສ່ ຂັບໂສມ, ລໍາສີພັນດອນ, ລໍາພື້ນເມືອງ, ລໍານິທານແຕ່ເກົ່າ.
ນອກຈາກນີ້ແລ້ວ, ຍັງມີແຄນຂອງຊົນເຜົ່າຕ່າງໆໃນວົງຄະນະຍາດແຫ່ງຊາດລາວອີກເຊັ່ນ: ຕຣວນ ຫຼື ແຄນທວນ ຫຼື ແຄນນ້ຳເຕົ້າ ຂອງຊົນເຜົ່າໂອຍ, ແຄນຂອງຊົນເຜົ່າມູເຊີ, ແຄນຂອງຊົນເຜົ່າມົ້ງ ແລະ ອື່ນໆອີກ.
                           ຮູບທີ 1: ແຄນປະເພດຕ່າງໆ

ไม่มีความคิดเห็น:

แสดงความคิดเห็น

ขับเคลื่อนโดย Blogger.