ລາຍແຄນແມ່ບົດຈະປະກອບມີຢູ່
2 ທາງ 6
ລາຍຄື:
ກ. ທາງສັ້ນ
1) ລາຍສຸດສະແນນ (ສຽງທຸ້ມຕໍ່າ)
ລາຍສຸດສະແນນ ຄໍາວ່າ “ສະແນນ” ຄືຈະຜັນປ່ຽນມາຈາກຄໍາວ່າ “ສາຍແນນ”
ເໝາຍເຖິງເຍື່ອໄຍ ຫຼື ຄວາມຜູກພັນທີ່ມີຕໍ່ກັນມາແລ້ວໃນອະດີດຊາດເປັນລາຍທາງສັ້ນ ແລະ
ຖືວ່າເປັນລາຍແມ່ບົດ ຫຼື ລາຍຄູ ເປັນລາຍທີ່ມີຄວາມມ່ວນອອນຊອນເປັນພິເສດ ມີຈັງຫວະແໜ້ນແຟ້ນ
ມີລີລາ ແລະ ທໍານອງຕື່ນເຕັ້ນຕະຫຼອດເວລາ ໝໍແຄນທີ່ມີຝີມືດີເລີດທັງຫຼາຍໃນອະດີດຈະຕ້ອງເຝິກເປົ່າລາຍສຸດສະແນນໃຫ້ໄດ້ກ່ອນ
ກ່ອນທີ່ຈະກ້າວໄປສູ່ການເປົ່າລາຍອື່ນໆ ດັ່ງນັ້ນ ຄໍາວ່າ “ສຸດສະແນນ” ໃນເລື່ອງຂອງລາຍແຄນ
ນີ້ນ່າຈະໝາຍເຖິງຄວາມມ່ວນອອນຊອນທີ່ຄົນໃນອະດີດໄດ້ຟັງແລ້ວມັກຈະຄິດເຖິງບ້ານເກີດເມືອງນອນ
ຄິດເຖິງບິດາມານດາ ຍາດຕິພີ່ນ້ອງ ເພື່ອນຝູງ ແລະ ປະເພນີວັດທະນະທໍາດັ້ງເດີມຂອງຕົນ ຈົນເກີດຄວາມຮູ້ສຶກທີ່ເອີ້ນວ່າ
“ອອນຊອນ” ຂື້ນມາຢ່າງທີ່ສູດ ນັ້ນກໍຄືເຮັດໃຫ້ເຂົາຫວນຄິດເຖິງກັບໄປນຶກເຖິງຄໍາວ່າ “ສາຍແນນ”
ນັ້ນເອງ. ການຕິດສູດລາຍສຸດສະແນນ ໝາຍເຖິງການເຮັດໃຫ້ສຽງເສີບປະສານຫຼັກຂອງແຕ່ລະລາຍດັງຢູ່ຕະຫຼອດເວລາບໍ່ຂາດຫາຍໃນຊ່ວງຂະນະທີ່ເປົ່າເຮັດໃຫ້ສຽງມ່ວນອອນຊອນກົມກືນກັນສໍາລັບລາຍສຸດສະແນນຈະຕິດສູດທີ່
ລູກທີ 6 ແລະ ລູກທີ 8 ເບື້ອງຊ້າຍ ໂດຍມີຫຼັກເກນວ່າສຽງຊອນ (ລູກທີ 6 ເບື້ອງຊ້າຍ)
ເຊິ່ງເປັນສຽງທຸ້ມຕໍ່າຂອງທໍານອງ ແລະ ເປັນສຽງຫຼັກ ສ່ວນລູກທີ 8 ແພຊ້າຍ ເຊິ່ງເປັນສຽງຊອນສູງຈະໃຊ້ເປັນສຽງຕິດສູດຮ່ວມເພື່ອໃຫ້ສຽງປະສານຍືນມີຄວາມກົມກືນກັນ.
2) ລາຍໂປ້ຊ້າຍ (ສຽງສູງປານກາງ)
ລາຍໂປ້ຊ້າຍເປັນການເປົ່າທໍານອງລາຍທາງສັ້ນໃຊ້ປະກອບການລໍາກອນເຊັ່ນດຽວກັບລາຍສຸດສະແນນ
ຈະຕິດສູດເພື່ອເຮັດເປັນສຽງເສີບປະສານຫຼັກ(ສຽງDrone) ທີ່ມີຊອນ ລູກທີ 8 ເບື້ອງຊ້າຍ
ແລະ ໃຊ້ໂປ້ມືສຽງໂດສູງ ລູກທີ 1 ເບື້ອງຊ້າຍ(ບໍ່ຕ້ອງໃຊ້ສູດ) ເຊິ່ງຈະເຮັດໃຫ້ມີສຽງສູງກວ່າລາຍສຸດສະແນນ.
3) ລາຍສ້ອຍ (ສຽງສູງຫຼາຍ)
ລາຍສ້ອຍ ເປັນລາຍແຄນທີ່ມີສຽງນ້ອຍແຫຼມ ມີລະດັບສຽງສູງກວ່າລາຍສຸດສະແນນ
ແລະ ລາຍໂປ້ຊ້າຍ ໃຊ້ປະກອບການລໍາທາງສັ້ນ (ລໍາກອນ) ເປັນລາຍທີ່ທໍານອງແຕກມາຈາກລາຍສຸດສະແນນ
ແລະ ລາຍໂປ້ຊ້າຍ ມີການເດີນທໍານອງຄືກັນກັບລາຍທັງສອງ ແຕ່ຊ່ວງລະດັບສຽງບໍ່ຄົບ 2 ຊ່ວງທົບ
(ຈາກຊອນຕໍ່າ ຊອນກາງ ເຖິງຊອນສູງ) ຈື່ງຖືວ່າເປັນລາຍຍ່ອຍຂອງລາຍທັງສອງ ລາຍສ້ອຍ ມີທໍານອງການເປົ່າລາຍແບບ
ໝໍແຄນແຕ່ລະທ້ອງຖິ່ນອາດມີທໍານອງແຕກຕ່າງກັນອອກໄປແດ່ ແຕ່ສິ່ງທີ່ຍັງຄົງໄວ້ຄືເກົ່າກໍຄືການຕິດສູດທີ່ສຽງເສບປະສານຫຼັກຄື
ຈະໃຊ້ສຽງ ເຣ ລູກທີ 6 ເບື້ອງຂວາ ກັບສຽງ ລາ ລູກທີ 8 ເບື້ອງຂວາ.
ຂ. ທາງຍາວ
1) ລາຍໃຫຍ່ (ກຸ່ມສຽງທຸ້ມໃຫຍ່)
ລາຍໃຫຍ່ ເປັນກຸ່ມລາຍແຄນທາງຍາວ ທີ່ເປົ່າເພື່ອສະແດງອາລົມໂສກເສົ້າ
ຄວນຄະນຶງຫາ ເສຍໃຈ ຫງ່ວມເຫງົາ ຫຼື ເປົ່າປ່ຽວດຽວດາຍ ເປັນການບັນຍາຍເນື້ອຫາທີ່ຄ່ອນຂ້າງຍາວ
ຟັງແລ້ວຮູ້ສຶກຄືຈະບໍ່ຈົບງ່າຍ ຫຼື ມີລັກສະນະຄືການໄຫຼຂອງນໍ້າໃນແມ່ນໍ້າ ຈື່ງມີອີກຊື່ໜື່ງວ່າ
“ລາຍລ່ອງ” ຈັງຫວະການບັນເລງຈະຊ້າກວ່າລາຍທາງສັ້ນ ມີທັງແບບເຄາະຈັງຫວະລົງຕົວ ແລະ ແບບຍືດຈັງຫວະໄດ້ໂດຍອິດສະຫຼະ
ເນື່ອງຈາກເປັນລາຍມີລະດັບສຽງທຸ້ມໃຫຍ່ ຈື່ງມີຊື່ເອີ້ນວ່າ “ລາຍໃຫຍ່” ການເປົ່າແຄນລາຍໃຫຍ່ຈະໃຊ້ສຽງ
ລາ ກັບສຽງ ມີ ເປັນສຽງເສີບປະສານຫຼັກ ນອກຈາກນີ້ຍັງນໍາໄປໃຊ້ໃນການເປົ່າບັນເລງເພື່ອບັນຍາຍສະພາບທ້ອງຖິ່ນ
ເຊິ່ງເຮັດໃຫ້ເກີດລາຍໃໝ່ຂື້ນມາຢ່າງຫຼວງຫຼາຍເຊັ່ນ: ລາຍລ່ອງໃຫຍ່, ລາຍລໍາເພີນ,
ລາຍລົມພັດໄຜ່, ລາຍນົກໄຊບິນຂ້າມທົ່ງ, ລາຍເຕີ້ຍ, ລາຍແມງຜູ້ຕອມດອກ, ລາຍລົມພັດພ້າວ,
ລາຍແມ່ຮ້າງກ່ອນລູກ...
2) ລາຍນ້ອຍ (ກຸ່ມສຽງປານກາງ)
ລາຍນ້ອຍ ເປັນກຸ່ມລາຍແຄນທາງຍາວ ເປັນການເປົ່າບັນຍາຍເນື້ອຫາທີ່ຄ່ອນຂ້າງຍາວ
ທີ່ສະແດງອາລົມໂສກເສົ້າ ຄວນຄະນືງຫາ ເສຍໃຈ ຫງ່ວມເຫງົາ ຫຼື ເປົ່າປ່ຽວດຽວດາຍຄືກັນກັບລາຍໃຫຍ່
ຟັງແລ້ວຮູ້ສຶກຄືຈະບໍ່ຈົບງ່າຍໆ ຫຼື ມີລັກສະນະຄືການໄຫຼຂອງນໍ້າໃນແມ່ນໍ້າ ຈື່ງມີອີກຊື່ໜື່ງວ່າ
“ລາຍລ່ອງ” ຈັງຫວະການບັນເລງຈະຊ້າກວ່າລາຍທາງສັ້ນ ມີທັງແບບເຄາະຈັງຫວະລົງຕົວ ແລະ ແບບຍືດຈັງຫວະໄດ້ໂດຍອິດສະຫຼະເຊັ່ນດຽວກັບລາຍໃຫຍ່
ເນື່ອງຈາກເປັນລາຍມີລະດັບສຽງສູງປານກາງ ຈື່ງມີຊື່ເອີ້ນວ່າ “ລາຍນ້ອຍ” ການເປົ່າແຄນລາຍນ້ອຍ
ຈະໃຊ້ສຽງ ເຣ ກັບສຽງ ລາ ເປັນສຽງເສີບປະສານຫຼັກ ນອກຈາກນີ້ຍັງນໍາໄປໃຊ້ໃນການເປົ່າບັນເລງເພື່ອບັນຍາຍສະພາບທ້ອງຖິ່ນ
ເຊິ່ງເຮັດໃຫ້ເກີດລາຍໃໝ່ຂື້ນມາຢ່າງຫຼວງຫຼາຍເຊັ່ນ: ລາຍລ່ອງນ້ອຍ, ລາຍລໍາເພີນ,
ລາຍລົມພັດໄຜ່, ລາຍນົກໄຊບິນຂ້າມທົ່ງ, ລາຍເຕີ້ຍ, ລາຍແມງຜູ້ຕອມດອກ, ລາຍລົມພັດພ້າວ,
ລາຍແມ່ຮ້າງກ່ອນລູກ...
3) ລາຍເຊ (ກຸ່ມສຽງສູງຫຼາຍ)
ລາຍເຊ ເປັນລາຍແຄນທີ່ຢູ່ໃນກຸ່ມລາຍທາງຍາວ
ທີ່ມີລະດັບສຽງສູງກວ່າລາຍນ້ອຍ ແລະ ລາຍໃຫຍ່ ມີຊື່ເອີ້ນວ່າ “ລາຍເຊ” ຄໍາວ່າ “ເຊ” ໃນຄວາມເຂົ້າໃຈຂອງຜູ້ຄົນທົ່ວໄປໝາຍເຖິງແມ່ນໍ້າ
ເຊິ່ງເຂົ້າໃຈວ່າເປັນລາຍທີ່ບັນລະຍາຍສະພາບຄວາມງົດງາມຂອງແມ່ນໍ້າ ໃນບາງທ້ອງຖິ່ນອາດຈະເອີ້ນວ່າ
ລາຍກ້ຽວ ຫຼື ລາຍວຽນ ຄື ໄຫຼວຽນໄປຄືກັບການໄຫຼຂອງສາຍນໍ້າ.
ການເປົ່າລາຍເຊ ຈະຕິດສູດທີ່ສຽງ ມີສູງ ແລະ ສຽງທີສູງ (ລູກທີ 6 ແລະ ລູກທີ 8 ເບື້ອງຂວາ)
ໃຫ້ເປັນສຽງປະສານຍືນ(ສຽງ Drone) ສ່ວນຈັງຫວະ ແລະ ຄວາມຊ້າໄວໃນການບັນເລງ
ຫຼື ການເດີນທໍານອງກໍຄືກັບລາຍໃຫຍ່ ແລະ ລາຍນ້ອຍທຸກປະການ.
ແຕ່ສໍາລັບຂັ້ນພື້ນຖານຕາມທັດສະນະຂອງຂ້າພະເຈົ້າສາມາດແຍກອອກເປັນ
2 ປະເພດໃຫຍ່ໆຄື: ລາຍແຄນທີ່ເປັນປະເພດເພງ ແລະ ລາຍແຄນທີ່ເປັນປະເພດຂັບ- ລໍາ.
-
ລາຍແຄນປະເພດເພງ: ເປັນລາຍແຄນທີ່ໃຊ້ເປົ່າເປັນ ທໍານອງເພງ,
ສ່ວນຫຼາຍແລ້ວຈະເປັນ ທໍານອງທີ່ຊ້າຫາປານກາງ, ຜູ້ເປົ່າມີຄວາມຄຸ້ນເຄີຍກັບຈັງຫວະ ແລະ ທໍານອງເປັນຢ່າງດີ
ເຮັດໃຫ້ສາມາດເປົ່າໄດ້ງ່າຍ, ບໍ່ເມື່ອຍຫຼາຍ ແຕ່ລາຍແຄນປະເພດນີ້ຈະມີໂນ໊ດທີ່ຄ່ອນຂ້າງຫຼາຍເຊິ່ງຕ້ອງອາໄສເວລາໃນການຈື່
ຈໍາຫຼາຍເຊັ່ນກັນ.
-
ລາຍແຄນປະເພດຂັບ - ລໍາ:
ເປັນລາຍແຄນທີ່ໃຊ້ເປົ່າເປັນຈັງຫວະ ຫຼື ທໍານອງອັນເປັນເອກະລັກສະເພາະຂອງຂັບ ຫຼື ລໍານັ້ນໆ,
ສ່ວນຫຼາຍແລ້ວຜູ້ທີ່ຮຽນເປົ່າຈະຕ້ອງສາມາດຂັບ - ລໍາໄດ້ ຈື່ງຈະເຂົ້າໃຈຈັງຫວະໄດ້ດີ,
ເຊິ່ງລາຍແຄນປະເພດນີ້ຈະຮຽນເປົ່າໄດ້ຍາກກວ່າລາຍແຄນປະເພດເພງ
ເນື່ອງຈາກເປັນຈັງຫວະທີ່ປານກາງຫາໄວ ເຖິງໄວທີ່ສຸດ
ເຊິ່ງຈະເຮັດໃຫ້ການຄວບຄຸມໃຫ້ຖືກຕ້ອງຕາມຕົ້ນສະບັບນັ້ນເປັນສິ່ງທີ່ຍາກຫຼາຍ
ເຖິງຢ່າງໃດກໍດີ ລາຍແຄນປະເພດນີ້ແມ່ນມີລັກສະນະທີ່ສັ້ນສາມາດຈື່ ຈໍາໄດ້ໄວກວ່າ.
ไม่มีความคิดเห็น:
แสดงความคิดเห็น