ປະຫວັດຄວາມເປັນມາຂອງແຄນ - ແຄນລາວ
@media(max-width: 991px) { #masthead { height: 100px; } img.custom-logo { margin: 0; height: auto; width: 50%; position: absolute; top: 20%; left: 25%; } .site-title { display: none; } }

oh

ສຽງແຄນລາວ ມໍລະດົກທາງພູມປັນຍາທີ່ຈັບຕ້ອງບໍ່ໄດ້ຂອງມວນມະນຸດໂລກ

วันเสาร์ที่ 19 มกราคม พ.ศ. 2562

ປະຫວັດຄວາມເປັນມາຂອງແຄນ


"ແຄນ” ເປັນເຄື່ອງດົນຕຣີປະເພດເປົ່າຊະນິດໜື່ງຂອງປະຊາຊົນລາວແຕ່ເໜືອຕະຫຼອດໃຕ້ ມີປະຫວັດຄວາມເປັນມາອັນຍາວນານຄຽງຄູ່ກັບການກຳເນີດຊາດລາວເຮົານັບແຕ່ສະໄໝອານາຈັກອ້າຍລາວ ເຊິ່ງມີການຄົ້ນພົບຫຼັກຖານທາງບູຮານຄະດີໃນຊັ້ນຫີນອາຍຸຫຼາຍກວ່າ 4000 ປີ ໃນມົນທົນຍູນານຂອງຈີນ (ຈະເລີນໄຊ ຊົງໄພໂຣດ.2521:1).
ປີ ຄ.ສ 1924 ນັກຄົ້ນຄວ້າຊາວຝຣັ່ງ ໄດ້ຄົ້ນພົບຂວານ ສໍາລິດຢູ່ທີ່ແຄມແມ່ນ້ຳເມືອງ ດົງເຊິນ (Dong son) ແລະ ແຄມແມ່ນໍ້າຂອງທີ່ເມືອງ ແທ່ງຫົວ ຂອງປະເທດຫວຽດນາມ ເຊິ່ງມີອາຍຸປະມານ 3000 ປີ ເຊິ່ງຂວານດັ່ງກ່າວໄດ້ມີການສະຫຼັກເປັນຮູບຄົນເປົ່າແຄນນ້ຳເຕົ້າໄວ້ໜ້າຂວານ.
ນອກຈາກນີ້, ຍັງມີຫຼັກຖານຈາກ ກອງມະໂຫລະທຶກທີ່ເມືອງ ດົງເຊິນ ກໍມີພາບຄົນເປົ່າແຄນ ເຊິ່ງບໍລິເວນທີ່ຄົ້ນພົບນັ້ນເປັນບໍລິເວນທີ່ເຄີຍເປັນບ່ອນຢູ່ອາໄສຂອງກຸ່ມຊົນເຜົ່າໄຕມາກ່ອນ ກໍຄືຄົນຊົນເຜົ່າໄຕ -ລາວ ໃນປັດຈຸບັນທີ່ມີການຕັ້ງຖິ່ນຖານກະແຈກກະຈາຍຢູ່ໃນອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້.
ເຊື່ອກັນວ່າໃນສະໄໝອານາຈັກໜອງແສ  ໄດ້ມີການປະດິດເຄື່ອງດົນຕຣີຊະນິດຕ່າງໆເພື່ອຮັບໃຊ້ໃນພິທີກຳຕ່າງໆເຊັ່ນ: ຄ້ອງບ້າງ ຫຼື ກອງມະໂຫລະທຶກ, ກອງ ແລະ ແຄນ. ເນື່ອງຈາກວ່າໄດ້ມີການຄົ້ນພົບຮູບແກະສະຫຼັກຄົນເປົ່າແຄນ ແລະ ຄົນຕີກອງຢູ່ໜ້າຂອງຄ້ອງບ້າງ ເຊິ່ງຄ້ອງບ້າງດັ່ງກ່າວໄດ້ມີການຄົ້ນພົບຢູ່ຫຼາຍພື້ນທີ່ຂອງປະເທດຫວຽດນາມ ແລະ ປະເທດລາວ. ນອກຈາກນີ້, ໂດຍອີງຕາມປື້ມປະຫວັດສາດລາວຂອງ ມະຫາ ສີລາ ວິລະວົງສ໌ ໄດ້ມີການກ່າວເຖິງເຄື່ອງດົນຕຣີ ແລະ ການລ້ຽງແຂກຂອງຊາວໜອງແສວ່າ: ພວກເຂົາເຈົ້າໄດ້ເປົ່າເຄື່ອງດົນຕຣີຊະນິດໜື່ງທີ່ເຮັດດ້ວຍໝາກແຕງຊະນິດໜື່ງ(ໝາກນ້ຳເຕົ້າ). ອ້າງໃນ: ຄຳແສນ ພິລາວົງ.

 

ຮູບທີ 1: ລາຍເສັ້ນເທິງເຄື່ອງມື ສໍາລິດຈາກປະເທດຫວຽດນາມ ເປັນຮູບຄົນເປົ່າແຄນ ແລະ ຟ້ອນ. ອ້າງໃນ:ວົງເທດ (2543)


ຮູບທີ 2: ແຄນນ້ຳເຕົ້າທີ່ຄືກັບຢູ່ໃນໜ້າກອງມະໂຫລະທຶກທີ່ຄົ້ນພົບຢູ່ປະເທດຫວຽດນາມ. ຮູບໂດຍ: ກິໂຕ້ ພະວິເສດ


 
         ຮູບທີ 3: ກອງມະໂຫລະທຶກ ເຊິ່ງ ທໍາອິດຄົ້ນພົບຢູ່ປະເທດຫວຽດນາມ
ຕົກມາໃນສະໄໝລາວເສຍເອກະລາດໃຫ້ແກ່ສັກດິນາສະຫຍາມ ໄດ້ມີການກວາດຕ້ອນເອົາປະຊາຊົນລາວໄປໄວ້ຢູ່ໃນຕົວເມືອງຕ່າງໆຂອງໄທ, ແຕ່ເຖິງຢ່າງໃດກໍດີປະຊາຊົນລາວເຮົາກໍຍັງຮັກສາວິຖີຊີວິດອັນເປັນເອກະລັກຂອງຕົນໄວ້ຄືເກົ່າ ໂດຍສະເພາະແມ່ນການສະແດງທາງສິລະປະວັດທະນະ ທໍາທີ່ເອີ້ນກັນວ່າ “ການແອ່ວແຄນ” ທີ່ຕ້ອງປະກອບດ້ວຍສອງພາກສ່ວນທີ່ ສໍາຄັນຄື: ຜູ້ທີ່ເຮັດໜ້າທີ່ຂັບ ລໍາເອີ້ນວ່າ “ໝໍ ລໍາ” ແລະ ຜູ້ທີ່ເຮັດໜ້າທີ່ເປົ່າແຄນເອີ້ນວ່າ “ໝໍແຄນ”.
ໃນຣາຊະການທີ 3 ແຫ່ງຣາຊະວົງຈັກກຣີ ໄດ້ມີມິດຊັນນາຣີຊາວເຢຍລະມັນຄົນໜື່ງ ຊື່ ກຸຕສະລາຟ ໄດ້ຂຽນບັນທຶກການເດີນທາງໄປລາວເອົາໄວ້ວ່າ “ແຄນ” ເປັນເຄື່ອງດົນຕຣີທີ່ມ່ວນອອນຊອນທີ່ສຸດທີ່ພົບໃນອາຊີ” ຖ້າໄດ້ບັນເລງໂດຍຝີມືນັກດົນຕີຊາວເອີຣົບລະດັບຄູ ເຄື່ອງດົນຕີຊະນິດນີ້ຈະເປັນເຄື່ອງດົນຕີທີ່ສົມບູນແບບເທົ່າທີ່ເຄີຍມີມາ”
ສະມິດ ນັກທໍລະນີວິທະຍາຊາວອັງກິດ ໄດ້ເດີນທາງໄປລາວໃນສະໄໝຣາຊະການທີ 5 ໄດ້ບັນທຶກວ່າສຽງແຄນນັ້ນ “ ມ່ວນອອນຊອນເປັນຕາຟັງຢ່າງຍິ່ງ ຈົນຜູ້ຟັງເຖິງກັບຂົນລຸກເລີຍ” ແລະ ຍັງບອກອີກວ່າ ຄົນລາວນັ້ນງົດງາມ ແລະ ມີລົດນິຍົມທາງດົນຕີຈົນໄດ້ຮັບການຂະໜານນາມວ່າ “ ຊາວເກຮັກແຫ່ງແຫຼມອິນດູຈີນ” (http://www.isan.clubs.chula.ac.th/ພິນໂຫວດແຄນນັ້ນມາຈາກໃສ)


ຮູບທີ 4: ການຫຼິ້ນແອ່ວລາວ ຫຼື ລາວແຄນ ໃນສະໄໝຣາຊະການທີ 4 ແຫ່ງຣາຊະວົງຈັກກຣີ (ຫໍຈົດໝາຍເຫດແຫ່ງຊາດໄທ)
 “ການແອ່ວແຄນ” ນີ້ ໄດ້ຮັບຄວາມນິຍົມນັບມື້ນັບຫຼາຍຂື້ນໃນໝູ່ສາມັນຊົນຈົນເຖິງລາຊະ ສໍານັກ, ໂດຍສະເພາະແມ່ນ “ເຈົ້າວັງໜ້າ” ຫຼື ພຣະບາດສົມເດັດ ພຣະຈອມເກົ້າເຈົ້າຢູ່ຫົວ ທີ່ເປັນ ພຣະອະນຸຊາ(ນ້ອງຊາຍ) ຂອງ ພຣະບາດສົມເດັດ ພຣະຈອມເກົ້າເຈົ້າຢູ່ຫົວ ລາຊະການທີ 4 ແຫ່ງລາຊະວົງຈັກກຣີ ໄດ້ມີຄວາມມັກຮັກໃນການເປົ່າແຄນເປັນຢ່າງຍິ່ງ ເວົ້າກັນວ່າ ພຣະອົງສາມາດເປົ່າແຄນໄດ້ຢ່າງຄ່ອງແຄ້ວຊຳນິຊຳນານຕັ້ງແຕ່ ດໍາລົງພຣະຍົດເປັນກົມຂຸນອິດສເລສ ລັງສັນ, ເຫດການດັ່ງກ່າວໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບ ນາຍຫຼວງ ຣ.4 ເປັນຢ່າງຍິ່ງ ຈົນເຖິງຂັ້ນອອກປະກາດຫ້າມບໍ່ໃຫ້ມີການແອ່ວແຄນລາວໃນເວລາທີ່ພຣະປິ່ນເກົ້າສິ້ນພຣະຊົນໄປແລ້ວ ປະກາດດັ່ງກ່າວໄດ້ອອກເມື່ອ ວັນສຸກ ເດືອນ 12 ແຮມ 14 ຄ່ຳ ປີສະລູ ພ.ສ 2408 (ຄ.ສ 1865) ເຊິ່ງມີໃຈຄວາມດັ່ງນີ້:
“ ກໍ່ການບັດນີ້ເຫັນແປກປະຫຼາດໄປນັກ ຊາວໄທທັງປວງລະຖິ້ມການຫຼິ້ນ ສໍາລັບເມືອງຕົວເອງຄື ປີ່ພາດ ໂຫຣີ ເສພາເຄິ່ງທ່ອນ ປຣົກໄກ່ ສັກວາ ເພງໄກ່ປ່າ ກ່ຽວເຂົ້າ ແລະ ລະຄອນຮ້ອງເສຍໝົດ ພາກັນຫຼິ້ນແຕ່ລາວແຄນໄປທຸກຫົນທຸກແຫ່ງ ທຸກຕາແສງທັງຊາຍ ແລະ ຍິງຈົນທ່ານທີ່ມີປີ່ພາດມະໂຫຣີໃນທີ່ມີງານໂກນຈຸກ ບວກນາກ ກໍຫາລາວແຄນຫຼິ້ນໝົດທຸກແຫ່ງຣາຄາຫາງານໜື່ງແຮງເຖິງສິບຕຳລືງ ສິບສອງຕຳລືງການທີ່ເປັນຢ່າງນີ້ ພຣະຊົງພຣະຣາຊະ ດໍາຣິເຫັນວ່າບໍ່ສູ້ງາມ ບໍ່ສົມຄວນທີ່ການຫຼິ້ນຢ່າງລາວຈະມາເປັນພື້ນເມືອງໄທ ລາວແຄນເປັນຂອງຂ້າຂອງໄທ ໄທບໍ່ເຄີຍເປັນຂ້າລາວ ຈະເອົາຢ່າງລາວມາເປັນພື້ນຂອງໄທບໍ່ສົມຄວນ”
... ປະກາດອັນນີ້ ຖ້າບໍ່ຟັງຍັງຂັດຂືນຫຼິ້ນລາວແຄນຢູ່ ຈະໃຫ້ເອີ້ນເກັບພາສີໃຫ້ແຮໃຫ້ຫຼີ້ນຢູ່ໃສຈະເອີ້ນແຕ່ເຈົ້າໜ້າທີ່ ແລະ ຜູ້ຫຼີ້ນ ຖ້າຈະຕ້ອງ ຈໍາເປັນປັບໄໝໃຫ້ເສຍພາສີໃຫ້ແຮງ ໃຜຫຼິ້ນຢູ່ໃສໃຫ້ເອີ້ນແຕ່ເຈົ້າຂອງພື້ນທີ່ ແລະ ຜູ້ຫຼິ້ນ ຖ້າລັກຫຼິ້ນຈະຕ້ອງຈັບປັບໄໝໃຫ້ເສຍພາສີສອງຕໍ່ສາມຕໍ່.
(“….ก็การบัดนี้เห็นแปลกไปนัก ชาวไทยทั้งปวงละทิ้งการเล่นสำหรับเมืองตัวคือ ปีพาทย์ โหรี เสภาครึ่งท่อน ปรกไก่ สักวา เพลงไก่ป่า เกี่ยวข้าวและละครร้องเสียหมด พากันเล่นแต่ลาวแคนไปทุกหนทุกแห่ง ทุกตำบลทั้งชายและหญิงจนท่านที่มีปี่พาทย์มโหรีในที่มีงานโกนจุก บวชนาค  ก็หาลาวแคนเล่นหมดทุกแห่งราคาหางานหนึ่งแรงถึงสิบตำลึง สิบสองตำลึงการที่เป็นอย่างนี้ ทรงพระราชดำริเห็นว่าไม่สู้งาม ไม่สู้ควรที่การเล่นอย่างลาวจะมาเป็นพื้นเมืองไทย ลาวแคนเป็นข้าของไทย ไทยไม่เคยเป็นข้าลาว จะเอาอย่างลาวมาเป็นพื้นของไทยไม่สมควร
….ประกาศอันนี้ ถ้ามิฟังยังขืนเล่นลาวแคนอยู่ จะให้เรียกภาษีให้แรงใครเล่นที่ไหนจะเรียกแต่เจ้าหน้าที่ และผู้เล่น ถ้าจะต้องจำปรับให้เสียภาษีให้แรง ใครเล่นที่ไหนจะให้เรียกแต่เจ้าของที่และผู้เล่น ถ้าลักเล่นจะต้องจับปรับให้เสียภาษีสองต่อสามต่อ”). ອ້າງໃນ: https://www.silpa-mag.com/ເຫດໃດ? ລາຊະການທີ່ 4 ຊົງປະກາດຫ້າມມິໃຫ້ຫຼິ້ນແອ່ວລາວ-ສິລະປະວັດທະນະທໍາ

ດ້ວຍເຫດນັ້ນ ປະຊາຊົນລາວຈື່ງກ້າເວົ້າໄດ້ວ່າ “ແຄນ” ເປັນຮ່ວມໜື່ງທີ່ສໍາຄັນທີ່ສຸດໃນການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃນວົງຄະນະຍາດແຫ່ງຊາດລາວ.
ຕົກມາຮອດສະໄໝຕົກເປັນຫົວເມືອງຂື້ນໃຫ້ແກ່ຈັກກະພັດຄືນັບແຕ່ປີ 1893 -1975 ດ້ວຍນະໂຍບາຍທີ່ແນໃສ່ການສ້າງວັດທະນະ ທໍາ-ສັງຄົມແບບຂ້ອຍຂ້າ ໂດຍຫວັງໃຫ້ຄົນລາວຕ້ອງຈົມຢູ່ໃນຄວາມໂງ່ຈ້າຫຼ້າຫຼັງໃນທຸກດ້ານຕະຫຼອດຊີວິດ, ຫຼົງລືມຊາດຕົນ, ນັບຖືບູຊາຄົນຝຣັ່ງ ແລະ ຍອມເປັນທາດຮັບໃຊ້ແກ່ພວກເຂົາ (ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ແບບຮຽນ ວິຊາປະຫວັດສາດ ຊັ້ນມັດທະຍົມ ປີທີ 6). ນອກຈາກນີ້, ພວກເຂົາຍັງໄດ້ນຳເອົາວັດທະນະ ທໍາທີ່ເປື່ອຍເຍື່ອຍເຂົ້າມາເຜີຍແຜ່ ເຮັດໃຫ້ສິລະປະວັດທະນະ ທໍາລາວບໍ່ຄ່ອຍຂະຫຍາຍຕົວໃນຊ່ວງນີ້ ມີພຽງວັດເທົ່ານັ້ນທີ່ເປັນສະຖານທີ່ຖ່າຍທອດສິລະປະວັນນະຄະດີພື້ນເມືອງລາວ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຈາກລະບອບລ່າຫົວເມືອງຂື້ນເກົ່າ ແລະ ໃໝ່, ວຽກງານວັດທະນະ ທໍາ-ສັງຄົມ ຖືເປັນວຽກງານທີ່ ສໍາຄັນຄຽງຄູ່ກັບວຽກງານອື່ນໆ, ເຊິ່ງສະແດງອອກຢ່າງຈະແຈ້ງໃນ“ແຜນການ 5 ປີຄັ້ງທໍາອິດຂອງພັກ-ລັດຖະບານໃນການຂະຫຍາຍເສດຖະກິດ-ສັງຄົມ(1981-1985)” ທີ່ວ່າ: “ ຈໍາກັດ ແລະ ກ້າວໄປເຖີງການລົບລ້າງວັດທະນາ ທໍາທີ່ຫຼ້າຫຼັງ ແລະ ເປີດກວ້າງການເຄື່ອນໄຫວສິລະປະວັນນະຄະດີ, ກາຍະສີນ, ຮູບເງົາ, ກິລາ” (ຈັນທະລາດ ພູມພິພັກ, ປະຫວັດສາດລາວ ສະໄໝປັດຈຸບັນ). ເຫັນໄດ້ວ່າ ພັກ ແລະ ລັດຖະບານພວກເຮົາໄດ້ໃຫ້ຄວາມ ສໍາຄັນກັບວຽກງານວັດທະນະ ທໍາ-ສັງຄົມ ໂດຍສະເພາະແມ່ນ ປະທານ ໄກສອນ ພົມວິຫານ ເຄີຍເວົ້າເອົາໄວ້ວ່າ: “ເສຍວັດທະທໍາ ຄືເສຍຊາດ” ເຊິ່ງມັນໄດ້ສະແດງໃຫ້ເຫັນເຖິງຄຸນຄ່າຂອງວັດທະນະ ທໍາຢ່າງຈະແຈ້ງແລ້ວ.

ຮູບທີ 5: ສະມາຄົມສິລະປິນແຄນລາວ ກະຕຸກຊຸກຍູ້ເຮັດໃຫ້ສຽງແຄນ ເປັນມໍລະດົກນາມມະທໍາຂອງມວນມະນຸດ
ເມື່ອເລັງເຫັນຄວາມໝາຍຄວາມ ສໍາຄັນຄືແນວນັ້ນ, ພັກ ແລະ ລັດຖະບານ ໄດ້ສູ້ຊົນໃຫ້ “ແຄນລາວ” ທີ່ເປັນມໍລະດົກທາງວັດທະນະ ທໍາຂອງຄົນລາວ ໃຫ້ກາຍເປັນມໍລະດົກໂລກ, ຈົນໃນທີ່ສຸດ “ແຄນລາວ” ກໍໄດ້ຮັບກຽດຈາກອົງການ ການສຶກສາ ວິທະຍາສາດ ແລະ ວັດທະນະ ທໍາແຫ່ງສະຫະປະຊາຊາດ ຫຼື ຢູເນສໂກ ລົງວັນທີ 7 ທັນວາ 2017 ທີ່ເກາະເຊຈູ, ສາທາລະນະລັດ ເກົາຫລີໃຫ້ ““ແຄນລາວ” ເປັນມໍລະດົກໂລກທາງວັດທະນະ ທໍາ ທີ່ຈັບຕ້ອງບໍ່ໄດ້” ນັບເປັນທີ່ຫນ້າພາກພູມໃຈ ແລະ ຍິນດີ ຂອງຄົນລາວທັງຊາດ ທີ່ມໍລະດົກຂອງບັນພະບູລຸດ ທີ່ມີມາແຕ່ບູຮານນະການ ໄດ້ຖືກຮັບຮອງໃຫ້ເປັນມໍລະດົກໂລກ ຢ່າງເປັນທາງການແລ້ວ.


ไม่มีความคิดเห็น:

แสดงความคิดเห็น

ขับเคลื่อนโดย Blogger.