"ແຄນ”
ເປັນເຄື່ອງດົນຕຣີປະເພດເປົ່າຊະນິດໜື່ງຂອງປະຊາຊົນລາວແຕ່ເໜືອຕະຫຼອດໃຕ້ ມີປະຫວັດຄວາມເປັນມາອັນຍາວນານຄຽງຄູ່ກັບການກຳເນີດຊາດລາວເຮົານັບແຕ່ສະໄໝອານາຈັກອ້າຍລາວ
ເຊິ່ງມີການຄົ້ນພົບຫຼັກຖານທາງບູຮານຄະດີໃນຊັ້ນຫີນອາຍຸຫຼາຍກວ່າ 4000 ປີ ໃນມົນທົນຍູນານຂອງຈີນ (ຈະເລີນໄຊ ຊົງໄພໂຣດ.2521:1).
ປີ ຄ.ສ 1924 ນັກຄົ້ນຄວ້າຊາວຝຣັ່ງ ໄດ້ຄົ້ນພົບຂວານ ສໍາລິດຢູ່ທີ່ແຄມແມ່ນ້ຳເມືອງ
ດົງເຊິນ (Dong son) ແລະ
ແຄມແມ່ນໍ້າຂອງທີ່ເມືອງ ແທ່ງຫົວ ຂອງປະເທດຫວຽດນາມ ເຊິ່ງມີອາຍຸປະມານ 3000 ປີ
ເຊິ່ງຂວານດັ່ງກ່າວໄດ້ມີການສະຫຼັກເປັນຮູບຄົນເປົ່າແຄນນ້ຳເຕົ້າໄວ້ໜ້າຂວານ.
ນອກຈາກນີ້, ຍັງມີຫຼັກຖານຈາກ ກອງມະໂຫລະທຶກທີ່ເມືອງ ດົງເຊິນ
ກໍມີພາບຄົນເປົ່າແຄນ
ເຊິ່ງບໍລິເວນທີ່ຄົ້ນພົບນັ້ນເປັນບໍລິເວນທີ່ເຄີຍເປັນບ່ອນຢູ່ອາໄສຂອງກຸ່ມຊົນເຜົ່າໄຕມາກ່ອນ
ກໍຄືຄົນຊົນເຜົ່າໄຕ -ລາວ
ໃນປັດຈຸບັນທີ່ມີການຕັ້ງຖິ່ນຖານກະແຈກກະຈາຍຢູ່ໃນອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້.
ຮູບທີ 1: ລາຍເສັ້ນເທິງເຄື່ອງມື ສໍາລິດຈາກປະເທດຫວຽດນາມ
ເປັນຮູບຄົນເປົ່າແຄນ ແລະ ຟ້ອນ. ອ້າງໃນ:ວົງເທດ (2543)
ຮູບທີ 2:
ແຄນນ້ຳເຕົ້າທີ່ຄືກັບຢູ່ໃນໜ້າກອງມະໂຫລະທຶກທີ່ຄົ້ນພົບຢູ່ປະເທດຫວຽດນາມ. ຮູບໂດຍ: ກິໂຕ້
ພະວິເສດ
ຮູບທີ 3: ກອງມະໂຫລະທຶກ ເຊິ່ງ ທໍາອິດຄົ້ນພົບຢູ່ປະເທດຫວຽດນາມ
ຕົກມາໃນສະໄໝລາວເສຍເອກະລາດໃຫ້ແກ່ສັກດິນາສະຫຍາມ
ໄດ້ມີການກວາດຕ້ອນເອົາປະຊາຊົນລາວໄປໄວ້ຢູ່ໃນຕົວເມືອງຕ່າງໆຂອງໄທ,
ແຕ່ເຖິງຢ່າງໃດກໍດີປະຊາຊົນລາວເຮົາກໍຍັງຮັກສາວິຖີຊີວິດອັນເປັນເອກະລັກຂອງຕົນໄວ້ຄືເກົ່າ
ໂດຍສະເພາະແມ່ນການສະແດງທາງສິລະປະວັດທະນະ ທໍາທີ່ເອີ້ນກັນວ່າ “ການແອ່ວແຄນ”
ທີ່ຕ້ອງປະກອບດ້ວຍສອງພາກສ່ວນທີ່ ສໍາຄັນຄື: ຜູ້ທີ່ເຮັດໜ້າທີ່ຂັບ ລໍາເອີ້ນວ່າ “ໝໍ ລໍາ”
ແລະ ຜູ້ທີ່ເຮັດໜ້າທີ່ເປົ່າແຄນເອີ້ນວ່າ “ໝໍແຄນ”.
ໃນຣາຊະການທີ 3
ແຫ່ງຣາຊະວົງຈັກກຣີ ໄດ້ມີມິດຊັນນາຣີຊາວເຢຍລະມັນຄົນໜື່ງ ຊື່ ກຸຕສະລາຟ
ໄດ້ຂຽນບັນທຶກການເດີນທາງໄປລາວເອົາໄວ້ວ່າ “ແຄນ”
ເປັນເຄື່ອງດົນຕຣີທີ່ມ່ວນອອນຊອນທີ່ສຸດທີ່ພົບໃນອາຊີ”
ຖ້າໄດ້ບັນເລງໂດຍຝີມືນັກດົນຕີຊາວເອີຣົບລະດັບຄູ ເຄື່ອງດົນຕີຊະນິດນີ້ຈະເປັນເຄື່ອງດົນຕີທີ່ສົມບູນແບບເທົ່າທີ່ເຄີຍມີມາ”
ສະມິດ
ນັກທໍລະນີວິທະຍາຊາວອັງກິດ ໄດ້ເດີນທາງໄປລາວໃນສະໄໝຣາຊະການທີ 5
ໄດ້ບັນທຶກວ່າສຽງແຄນນັ້ນ “ ມ່ວນອອນຊອນເປັນຕາຟັງຢ່າງຍິ່ງ
ຈົນຜູ້ຟັງເຖິງກັບຂົນລຸກເລີຍ” ແລະ ຍັງບອກອີກວ່າ ຄົນລາວນັ້ນງົດງາມ ແລະ
ມີລົດນິຍົມທາງດົນຕີຈົນໄດ້ຮັບການຂະໜານນາມວ່າ “ ຊາວເກຮັກແຫ່ງແຫຼມອິນດູຈີນ” (http://www.isan.clubs.chula.ac.th/ພິນໂຫວດແຄນນັ້ນມາຈາກໃສ)
ຮູບທີ 4: ການຫຼິ້ນແອ່ວລາວ ຫຼື ລາວແຄນ
ໃນສະໄໝຣາຊະການທີ 4 ແຫ່ງຣາຊະວົງຈັກກຣີ (ຫໍຈົດໝາຍເຫດແຫ່ງຊາດໄທ)
“ການແອ່ວແຄນ” ນີ້ ໄດ້ຮັບຄວາມນິຍົມນັບມື້ນັບຫຼາຍຂື້ນໃນໝູ່ສາມັນຊົນຈົນເຖິງລາຊະ
ສໍານັກ, ໂດຍສະເພາະແມ່ນ “ເຈົ້າວັງໜ້າ” ຫຼື ພຣະບາດສົມເດັດ ພຣະຈອມເກົ້າເຈົ້າຢູ່ຫົວ
ທີ່ເປັນ ພຣະອະນຸຊາ(ນ້ອງຊາຍ) ຂອງ ພຣະບາດສົມເດັດ ພຣະຈອມເກົ້າເຈົ້າຢູ່ຫົວ ລາຊະການທີ 4
ແຫ່ງລາຊະວົງຈັກກຣີ ໄດ້ມີຄວາມມັກຮັກໃນການເປົ່າແຄນເປັນຢ່າງຍິ່ງ ເວົ້າກັນວ່າ
ພຣະອົງສາມາດເປົ່າແຄນໄດ້ຢ່າງຄ່ອງແຄ້ວຊຳນິຊຳນານຕັ້ງແຕ່ ດໍາລົງພຣະຍົດເປັນກົມຂຸນອິດສເລສ
ລັງສັນ, ເຫດການດັ່ງກ່າວໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບ ນາຍຫຼວງ ຣ.4 ເປັນຢ່າງຍິ່ງ
ຈົນເຖິງຂັ້ນອອກປະກາດຫ້າມບໍ່ໃຫ້ມີການແອ່ວແຄນລາວໃນເວລາທີ່ພຣະປິ່ນເກົ້າສິ້ນພຣະຊົນໄປແລ້ວ
ປະກາດດັ່ງກ່າວໄດ້ອອກເມື່ອ ວັນສຸກ ເດືອນ 12 ແຮມ 14 ຄ່ຳ ປີສະລູ ພ.ສ 2408 (ຄ.ສ 1865) ເຊິ່ງມີໃຈຄວາມດັ່ງນີ້:
“ ກໍ່ການບັດນີ້ເຫັນແປກປະຫຼາດໄປນັກ
ຊາວໄທທັງປວງລະຖິ້ມການຫຼິ້ນ ສໍາລັບເມືອງຕົວເອງຄື ປີ່ພາດ ໂຫຣີ ເສພາເຄິ່ງທ່ອນ ປຣົກໄກ່
ສັກວາ ເພງໄກ່ປ່າ ກ່ຽວເຂົ້າ ແລະ ລະຄອນຮ້ອງເສຍໝົດ
ພາກັນຫຼິ້ນແຕ່ລາວແຄນໄປທຸກຫົນທຸກແຫ່ງ ທຸກຕາແສງທັງຊາຍ ແລະ
ຍິງຈົນທ່ານທີ່ມີປີ່ພາດມະໂຫຣີໃນທີ່ມີງານໂກນຈຸກ ບວກນາກ
ກໍຫາລາວແຄນຫຼິ້ນໝົດທຸກແຫ່ງຣາຄາຫາງານໜື່ງແຮງເຖິງສິບຕຳລືງ
ສິບສອງຕຳລືງການທີ່ເປັນຢ່າງນີ້ ພຣະຊົງພຣະຣາຊະ ດໍາຣິເຫັນວ່າບໍ່ສູ້ງາມ
ບໍ່ສົມຄວນທີ່ການຫຼິ້ນຢ່າງລາວຈະມາເປັນພື້ນເມືອງໄທ ລາວແຄນເປັນຂອງຂ້າຂອງໄທ
ໄທບໍ່ເຄີຍເປັນຂ້າລາວ ຈະເອົາຢ່າງລາວມາເປັນພື້ນຂອງໄທບໍ່ສົມຄວນ”
... ປະກາດອັນນີ້ ຖ້າບໍ່ຟັງຍັງຂັດຂືນຫຼິ້ນລາວແຄນຢູ່
ຈະໃຫ້ເອີ້ນເກັບພາສີໃຫ້ແຮໃຫ້ຫຼີ້ນຢູ່ໃສຈະເອີ້ນແຕ່ເຈົ້າໜ້າທີ່ ແລະ ຜູ້ຫຼີ້ນ
ຖ້າຈະຕ້ອງ ຈໍາເປັນປັບໄໝໃຫ້ເສຍພາສີໃຫ້ແຮງ ໃຜຫຼິ້ນຢູ່ໃສໃຫ້ເອີ້ນແຕ່ເຈົ້າຂອງພື້ນທີ່
ແລະ ຜູ້ຫຼິ້ນ ຖ້າລັກຫຼິ້ນຈະຕ້ອງຈັບປັບໄໝໃຫ້ເສຍພາສີສອງຕໍ່ສາມຕໍ່.
(“….ก็การบัดนี้เห็นแปลกไปนัก
ชาวไทยทั้งปวงละทิ้งการเล่นสำหรับเมืองตัวคือ ปีพาทย์ โหรี เสภาครึ่งท่อน ปรกไก่
สักวา เพลงไก่ป่า เกี่ยวข้าวและละครร้องเสียหมด พากันเล่นแต่ลาวแคนไปทุกหนทุกแห่ง
ทุกตำบลทั้งชายและหญิงจนท่านที่มีปี่พาทย์มโหรีในที่มีงานโกนจุก บวชนาค ก็หาลาวแคนเล่นหมดทุกแห่งราคาหางานหนึ่งแรงถึงสิบตำลึง
สิบสองตำลึงการที่เป็นอย่างนี้ ทรงพระราชดำริเห็นว่าไม่สู้งาม ไม่สู้ควรที่การเล่นอย่างลาวจะมาเป็นพื้นเมืองไทย
ลาวแคนเป็นข้าของไทย ไทยไม่เคยเป็นข้าลาว จะเอาอย่างลาวมาเป็นพื้นของไทยไม่สมควร
….ประกาศอันนี้
ถ้ามิฟังยังขืนเล่นลาวแคนอยู่
จะให้เรียกภาษีให้แรงใครเล่นที่ไหนจะเรียกแต่เจ้าหน้าที่ และผู้เล่น
ถ้าจะต้องจำปรับให้เสียภาษีให้แรง ใครเล่นที่ไหนจะให้เรียกแต่เจ้าของที่และผู้เล่น
ถ้าลักเล่นจะต้องจับปรับให้เสียภาษีสองต่อสามต่อ”). ອ້າງໃນ: https://www.silpa-mag.com/ເຫດໃດ? ລາຊະການທີ່ 4 ຊົງປະກາດຫ້າມມິໃຫ້ຫຼິ້ນແອ່ວລາວ-ສິລະປະວັດທະນະທໍາ
ດ້ວຍເຫດນັ້ນ ປະຊາຊົນລາວຈື່ງກ້າເວົ້າໄດ້ວ່າ
“ແຄນ”
ເປັນຮ່ວມໜື່ງທີ່ສໍາຄັນທີ່ສຸດໃນການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃນວົງຄະນະຍາດແຫ່ງຊາດລາວ.
ຕົກມາຮອດສະໄໝຕົກເປັນຫົວເມືອງຂື້ນໃຫ້ແກ່ຈັກກະພັດຄືນັບແຕ່ປີ 1893 -1975
ດ້ວຍນະໂຍບາຍທີ່ແນໃສ່ການສ້າງວັດທະນະ ທໍາ-ສັງຄົມແບບຂ້ອຍຂ້າ ໂດຍຫວັງໃຫ້ຄົນລາວຕ້ອງຈົມຢູ່ໃນຄວາມໂງ່ຈ້າຫຼ້າຫຼັງໃນທຸກດ້ານຕະຫຼອດຊີວິດ,
ຫຼົງລືມຊາດຕົນ, ນັບຖືບູຊາຄົນຝຣັ່ງ ແລະ ຍອມເປັນທາດຮັບໃຊ້ແກ່ພວກເຂົາ (ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ,
ແບບຮຽນ ວິຊາປະຫວັດສາດ ຊັ້ນມັດທະຍົມ ປີທີ 6). ນອກຈາກນີ້,
ພວກເຂົາຍັງໄດ້ນຳເອົາວັດທະນະ ທໍາທີ່ເປື່ອຍເຍື່ອຍເຂົ້າມາເຜີຍແຜ່
ເຮັດໃຫ້ສິລະປະວັດທະນະ ທໍາລາວບໍ່ຄ່ອຍຂະຫຍາຍຕົວໃນຊ່ວງນີ້
ມີພຽງວັດເທົ່ານັ້ນທີ່ເປັນສະຖານທີ່ຖ່າຍທອດສິລະປະວັນນະຄະດີພື້ນເມືອງລາວ.
ຮູບທີ 5: ສະມາຄົມສິລະປິນແຄນລາວ
ກະຕຸກຊຸກຍູ້ເຮັດໃຫ້ສຽງແຄນ ເປັນມໍລະດົກນາມມະທໍາຂອງມວນມະນຸດ
ເມື່ອເລັງເຫັນຄວາມໝາຍຄວາມ ສໍາຄັນຄືແນວນັ້ນ,
ພັກ ແລະ ລັດຖະບານ ໄດ້ສູ້ຊົນໃຫ້ “ແຄນລາວ” ທີ່ເປັນມໍລະດົກທາງວັດທະນະ ທໍາຂອງຄົນລາວ
ໃຫ້ກາຍເປັນມໍລະດົກໂລກ, ຈົນໃນທີ່ສຸດ “ແຄນລາວ” ກໍໄດ້ຮັບກຽດຈາກອົງການ ການສຶກສາ ວິທະຍາສາດ ແລະ ວັດທະນະ ທໍາແຫ່ງສະຫະປະຊາຊາດ ຫຼື ຢູເນສໂກ ລົງວັນທີ 7 ທັນວາ
2017 ທີ່ເກາະເຊຈູ, ສາທາລະນະລັດ ເກົາຫລີໃຫ້ ““ແຄນລາວ” ເປັນມໍລະດົກໂລກທາງວັດທະນະ ທໍາ
ທີ່ຈັບຕ້ອງບໍ່ໄດ້” ນັບເປັນທີ່ຫນ້າພາກພູມໃຈ ແລະ ຍິນດີ ຂອງຄົນລາວທັງຊາດ
ທີ່ມໍລະດົກຂອງບັນພະບູລຸດ ທີ່ມີມາແຕ່ບູຮານນະການ ໄດ້ຖືກຮັບຮອງໃຫ້ເປັນມໍລະດົກໂລກ ຢ່າງເປັນທາງການແລ້ວ.
ไม่มีความคิดเห็น:
แสดงความคิดเห็น