“ຂັບ” ແລະ “ລໍາ”
ມາຈາກໃສ? ຄືກັນ ແລະ ແຕກຕ່າງ ກັນແນວໃດ? ຄໍາຖາມດັ່ງກ່າວນີ້ບັນດາ ນັກປຣາດ, ອາຈານຫຼາຍໆ
ຕ່າງກໍພາກັນຄົ້ນຄວ້າ ແລະ ໃຫ້ທັດສະນະຂອງຕົນໄວ້ຄື:
ມະຫາສິລາ ວິລະວົງສ໌ ປະຊາຊົນຫລວງພຣະບາງ
ນັບແຕ່ຊັ້ນສູງສຸດລົງມາ ໄດ້ຢູ່ໃຕ້ຄວາມປົກຄອງອາຮັກຂາຂອງໄທສຍາມ ມາເປັນເວລາເຫິງນານ
ເຖິງ 114 ປີ ຄືແຕ່ ຄ.ສ 1779 ເຖິງ ຄ.ສ 1893 ຊາວນະຄອນຫລວງພຣະບາງ
ຈິ່ງໄດ້ຮັບເອົາວັທນະທັມໄທມາໃຊ້ຫລາຍຢ່າງ
ອັນຜິດແຜກແຕກຕ່າງໄປຈາກວັທນະທັມລາວໃນພາກອື່ນໆ ຫລືນະຄອນອື່ນໆ ຕົວຢ່າງ ຈໍາພວກດົນຕຣີ ຊາວຫລວງພຣະບາງໃຊ້ຊໍ
ບໍ່ໃຊ້ແຄນຄືພາກອື່ນໆ, ບົດຮ້ອງກໍເປັນ ທໍານອງເພງ ແລະ ຮຽກວ່າ ຂັບ ບໍ່ຮຽກວ່າ ລໍາ
ດັ່ງຂັບສາມສ້າວ ຂັບລອດໄຄ້ ເປັນຕົ້ນ. (ມະຫາ ສິລາ ວິລະວົງສ໌, ພົງສາວະດານ ແຕ່ບູຮານ
ເຖິງ 1946)
ໄມ້ຈັນ “ຂັບ”
ເປັນການເປັ່ງສຽງອອກມາໂດຍມີການຄວບຄຸມຈັງຫວະທໍານອງ ໃຫ້ສຽງທີ່ເປັ່ງນັ້ນ ສູງ-ຕ່ຳ
ສັ້ນ-ຍາວ ການຂັບໃນເບື້ອງຕົ້ນບໍ່ມີເຄື່ອງດົນຕີປະກອບໃສ່
ແຕ່ຕໍ່ມາຈື່ງມີການປະກອບເຄື່ອງດົນຕີເຂົ້າໃສ່(ຂັບ ໃນພາສາລາວ ໝາຍເຖິງ ການບັງຄັບ,
ບັນຊາ, ຄວບຄຸມ ເຊັ່ນ: ຂັບລົດເປັນຕົ້ນ). “ລໍາ”
ຖ້າສັງເກດຈາກການສະກົດແລ້ວເຮັດໃຫ້ສາມາດເຂົ້າໃຈອອກເປັນສອງທາງຄື: 1. ລໍາ ມາຈາກພາສາຂະແມ
“ຣໍາ” ເນື່ອງຈາກໄດ້ຮັບອິດທິພົນຈາກວັດທະນະທໍາກໍາປູເຈຍສະໄໝຕົ້ນລາຊະການຂອງເຈົ້າຟ້າງຸ່ມ
ມາຈາກຮາກສັບໃນພາສາບາລີທີ່ວ່າ “ຣັມນີຍະ” (ອ່ານວ່າ: ລໍາມະນີຍະ) ໝາຍເຖິງ ການກະທໍາທີ່ເຮັດໃຫ້ມ່ວນຊື່ນ
ແຕ່ຄົນລາວເວລາເວົ້າບໍ່ໄດ້ຫັນລີ້ນ. ດັ່ງນັ້ນ, ເວລາເວົ້າຄຳວ່າ “ຣຳ” ຈື່ງອອກມາເປັນ
ຄຳວ່າ “ລໍາ” ແທນ. 2. “ລໍາ” ໃນຄວາມໝາຍຂອງພາສາລາວແທ້ໆ ໝາຍເຖິງ ສິ່ງທີ່ມີລວງຍາວເຊັ່ນ:
ລໍານໍ້າ, ລໍາໄມ້, ລໍາອ້ອຍ... ເຊິ່ງກອນຕ່າງໆໃນສະໄໝນັ້ນ ແມ່ນມີຄວາມຍາວຫຼາຍເຊັ່ນ: ລໍາພື້ນພະເວດ,
ລໍາພື້ນກາລະເກດ, ລໍາພື້ນສັງສິນໄຊ ເປັນຕົ້ນ.
ຂໍ້ສັງເກດອີກຢ່າງໜື່ງເຫັນວ່າ
ຄົນລາວເຮົານັບຕັ້ງແຕ່ພາກເໜືອຫາລ່ອງນ້ຳງື່ມ ແມ່ນໃຊ້ຄຳວ່າ ຂັບ ແລະ ບໍ່ເຄີຍໃຊ້ຄຳວ່າ
ລໍາເລີຍ ເຊັ່ນ: ຂັບຊຳເໜືອ, ຂັບທຸ້ມ, ຂັບໄຕດໍາ, ສ່ວນແຂວງຄຳມ່ວນລົງໄປມັກໃຊ້ຄຳວ່າ “ລໍາ”
ເຊັ່ນ: ລໍາມະຫາໄຊ, ລໍາຜູ້ໄທ, ລໍາຄອນສະຫວັນ... ອີກທັງ ຍັງມີຄຳໂຕງໂຕຍທີ່ວ່າ
“ນອນບໍ່ຫຼັບ ຂັບບໍ່ມ່ວນ” ດັ່ງນັ້ນຈື່ງເວົ້າໄດ້ວ່າ
ທາງພາກເໜືອສາມາດຮັກສາພາສາລາວເດີມໄດ້ດີກວ່າທາງພາກໃຕ້.(siamrath.co.th/“ຂັບ ລໍາ”: ບັນນາໄລ)
ສະຫຼຸບລວມແລ້ວ ບັນຫາຂັບ- ລໍາ ຍັງເປັນບັນຫາທີ່ບໍ່ສາມາດອະທິບາຍໄດ້ຢ່າງຈະແຈ້ງ
ຜ່ານມາໄດ້ມີການປະຊຸມ - ສໍາມະນາກ່ຽວກັບເລື່ອງນີ້ຫຼາຍຄັ້ງ. ດັ່ງນັ້ນ,
ບັນດາຜູ້ທີ່ສົນໃຈຈື່ງສົມຄວນເປັນຢ່າງຍິ່ງທີ່ຈະສຶກສາບັນຫາດັ່ງກ່າວນີ້ເພື່ອເປັນການໄຂປິດສະໜາທີ່ມີມາແລ້ວເປັນເວລາພັນກວ່າປີ.
ไม่มีความคิดเห็น:
แสดงความคิดเห็น