ໂນ໊ດແຄນ ໝາຍເຖິງ ສັນຍະລັກຕ່າງໆທີ່ໃຊ້ສະແດງຕົວສຽງຂອງແຄນ
ເຊິ່ງໂດຍຫຼັກແລ້ວເຮົາສາມາດຂຽນໄດ້ 3 ແບບ ແລະ ອ່ານໄດ້ 2 ແບບຄື:
-
ໂນ໊ດອັກສອນສາກົນ:
ໝາຍເຖິງໂນ໊ດທີ່ໃຊ້ອັກສອນໂຣມັນໃນການແທນສຽງໃຫ້ແຕ່ລະສຽງ, ໂນ໊ດປະເພດນີ້ເປັນທີ່ນິຍົມທົ່ວໂລກ
ປະກອບມີ: C (ໂດ), D (ເຣ), E (ມີ), F (ຟ), G (ຊອນ), A (ລາ) ແລະ B (ທີ ຫຼື ຊີ).
ໂນ໊ດປະເພດນີ້ສາມາດເຮັດໃຫ້ຄົນຕ່າງປະເທດເຂົ້າໃຈງ່າຍ ເນື່ອງຈາກວ່າມີການນໍາໃຊ້ກັນທົ່ວໂລກ
ແຕ່ ສໍາລັບຜູ້ທີ່ເຝິກຫຼິ້ນດົນຕຣີເບື້ອງຕົ້ນອາດຈະຕ້ອງໃຊ້ເວລາໃນການຈື່ ຈໍາຫຼາຍກວ່າໂນ໊ດແບບອື່ນໆ.
-
ໂນ໊ດອັກສອນລາວ:
ໝາຍເຖິງໂນ໊ດທີ່ໃຊ້ພະຍັນຊະນະລາວໃນການແທນສຽງໃຫ້ແຕ່ລະສຽງ ປະກອບມີ: ດ (ໂດ), ຣ (ເຣ), ມ (ມີ),
ຟ (ຟາ), ຊ (ຊອນ), ລ (ລາ) ແລະ ທ, ຊ (ທີ ຫຼື ຊີ).
-
ໂນ໊ດຕົວເລກອາຣະບິກ:
ໝາຍເຖິງໂນ໊ດທີ່ໃຊ້ຕົວເລກອາຣະບິກໃນການແທນສຽງໃຫ້ແຕ່ລະສຽງ ປະກອບມີ: 1 (ໂດ), 2 (ເຣ), 3
(ມີ), 4 (ຟາ), 5 (ຊອນ), 6 (ລາ) ແລະ 7 (ທີ ຫຼື ຊີ).
ໂນ໊ດເພງປະເພດນີ້ນິຍົມໃຊ້ໃນສະໄໝກ່ອນ ເນື່ອງຈາກເປັນໂນ໊ດເພງທີ່ຄ່ອນຂ້າງງ່າຍ, ຈື່ຈໍາໄດ້ໄວ
ແລະ ມີຄວາມເໝາະສົມແກ່ຜູ້ເລີ່ມຕົ້ນ ແຕ່ກໍມີຂໍ້ເສຍຄືເຮັດໃຫ້ຜູ້ຫຼິ້ນລື້ງເຄີຍ ແລະ
ບໍ່ສາມາດຫຼິ້ນຕາມແບບສາກົນໃຫ້ໄດ້ດີເທົ່າທີ່ຄວນ.
ນອກຈາກນີ້,
ບາງຄັ້ງພວກເຮົາຍັງໃຊ້ໂນ໊ດອັກສອນໄທໃນການເປົ່າອີກດ້ວຍ. ລາຍລະອຽດຂອງໂນ໊ດແຄນ
ສະແດງໃນຕາຕະລາງລຸ່ມນີ້:
ໂນ໊ດຕົວອັກສອນສາກົນ
|
ໂນ໊ດຕົວອັກສອນລາວ
|
ໂນ໊ດອັກສອນໄທ
|
ໂນ໊ດຕົວເລກ
|
ຄຳອ່ານ
|
C
|
ດ
|
ด
|
1
|
ໂດ
|
D
|
ຣ
|
ร
|
2
|
ເຣ
|
E
|
ມ
|
ม
|
3
|
ມີ
|
F
|
ຟ
|
ฟ
|
4
|
ຟາ
|
G
|
ຊ
|
ซ
|
5
|
ຊອນ
|
A
|
ລ
|
ล
|
6
|
ລາ
|
B
|
ທ ຫຼື ຊີ
|
ท
|
7
|
ທີ ຫຼື ຊີ
|
ການທີ່ຜູ້ເປົ່າແຄນຈະເປົ່າອອກມາໄດ້ດີ
ຫຼື ບໍ? ສ່ວນໜື່ງແມ່ນມາຈາກການຈື່ຈໍາໂນ໊ດເພງແຕ່ລະຕົວຂອງລາຍແຄນທີ່ຈະເປົ່າ. ດັ່ງນັ້ນ,
ຜູ້ເປົ່າ ຈໍາເປັນຢ່າງຍິ່ງທີ່ຈະຕ້ອງໄດ້ທ່ອງ ແລະ ຈື່ຈໍາໂນ໊ດເພງໃຫ້ຂື້ນໃຈ
ເພື່ອເຮັດໃຫ້ການເປົ່າແຄນອອກມາຖືກຕ້ອງຕາມຈັງຫວະຂອງເພງນັ້ນໆ.
ไม่มีความคิดเห็น:
แสดงความคิดเห็น