ກ່ຽວກັບ - ແຄນລາວ
@media(max-width: 991px) { #masthead { height: 100px; } img.custom-logo { margin: 0; height: auto; width: 50%; position: absolute; top: 20%; left: 25%; } .site-title { display: none; } }

oh

ສຽງແຄນລາວ ມໍລະດົກທາງພູມປັນຍາທີ່ຈັບຕ້ອງບໍ່ໄດ້ຂອງມວນມະນຸດໂລກ

ກ່ຽວກັບ


ແຄນ ແມ່ນເຄື່ອງດົນຕຣີທີ່ຄຽງຄູ່ກັບຄວາມເປັນມາຂອງຊາດລາວເຮົາ, ເຊິ່ງໃຫ້ສຽງທີ່ເປັນເອກະລັກ, ມ່ວນ​ຊື່ນ, ອ​ອນ​ຊອນ ສາ​ມາດ​ເປົ່າ​ດ້ວຍ​ ທໍາ​ນອງອັນເປັນເອກະລັກ​ຕ່າງໆ​ທີ່ຫຼາກຫຼາຍ.
ປັດ​ຈຸ​ບັນ, ການອ​ະ​ນຸ​ລັກ​ຮັກ​ສາ-ສືບ​ທອດ ວັດ​ທະ​ນະ​ ທໍາ​ພື້ນ​ເມືອງ​ດັ້ງ​ເດີມ​ຂອງ​ລາວ ກຳ​ລັງ​ ດໍາ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ ແລະ ເປັນ​ຂະ​ບວນ​ການ, ຊາວ​ໜຸ່​ມ-ເຍົາ​ວະ​ຊົນ ຕ່າງ​ກໍ​ເລັງ​ເຫັນ​ຄຸນ​ຄ່າ​ຂອງ​ມໍ​ລະ​ດົກ​ທາງວັດ​ທະ​ນະ​ ທໍາ​ທີ່​ມີ​ປະ​ຫວັດ​ຄວາມ​ເປັນ​ມາ​ອັນ​ຍາວ​ນານ​ນີ້ ພວກ​ເຂົາ​ມີ​ຄວາມ​ສົນ​ໃຈ​ທີ່​ຈະ​ຮຽນ-ສຶກ​ສາ ແລະ ມີ​ຄວາມ​ກະ​ຕື​ລື​ລົ້ນ​ໃນ​ການ​ຮຽນ​ເປົ່າ​ເຄື່ອງ​ດົນ​ຕ​ຣີ​ຊະ​ນິດ​ນີ້.
ນອກ​ຈາກ​ນີ້​ແລ້ວ, ພັກ-ລັດ​ຖະ​ບານ ຍັງ​ໄດ້​ມີ​ນະ​ໂຍ​ບາຍ​ສົ່ງ​ເສີມ-ສືບຕໍ່-ເສີມຂະຫຍາຍສິລະປະວັດທະນະ ທໍາ ອັນເປັນເອກະລັກຂອງຊາດ​, ທັງ​ຍັງ​ສູ້​ຊົນ​ເພື່ອ​ເຮັດ​ໃຫ້​ສຽງ​ແຄນ​ລາວ ມໍ​ລະ​ດົກ​ຂອງ​ຄົນ​ລາວ ກາຍ​ເປັນ​ສຽງ​ແຄນ​ຂອງ​ຄົນ​ທັງ​ໂລກ ກາຍ​ເປັນ​ມໍ​ລະ​ດົກ​ຂອງ​ຄົນ​ທັງ​ໂລກ ຈົນ​ມາ​ຮອດ​ວັນ​ທີ 7 ທັນ​ວາ 2017 ແຄນ​ລາວ​ກໍ​ໄດ້​ຮັບ​ການ​ປະ​ກາດ​ເປັນ​ມໍ​ລະ​ດົກ​ໂລກ​ທາງວັດ​ທະ​ນະ​ ທໍາ​ທີ່​ຈັບ​ຕ້ອງບໍ່​ໄດ້ ໂດຍ​ອົງ​ການ​ການ​ສຶກ​ສາ ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ ທໍາ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຫຼື ຢູ​ເນ​ສ​ໂກ ນັບ​ວ່າ​ເປັນ​ຄວາມ​ພາກ​ພູມ​ໃຈ​ຂອງ​ປະ​ຊາ​ຊົນ​ລາວ​ທຸກ​ເຜົ່າ​ຊົນ ບໍ່​ວ່າ​ຈະ​ເປັນ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ທີ່ບໍ່​ສາ​ມາດ​ຕັດ​ຂ​າດ​ອອກ​ຈາກ​ກັນ​​ໃນ​ວົງ​ຄະ​ນະ​ຍາດ​ແຫ່ງ​ຊາດ​ລາວ​ເຮົາໄດ້.
ເຖິງ​ຢ່າງ​ໃດ​ກໍ​ດີ, ການ​ສຶກ​ສາ​ກ່ຽວ​ກັບ​ແຄນ ຫຼື ການ​ຮຽນ​ເປົ່າ​ແຄນ​ນັ້​ນຍັງ​ມີ​ຂໍ້​ ຈໍາ​ກັດ​ຢູ່ຫຼາຍ​ດ້ານ ບໍ່​ວ່າ​ຈະ​ເປັນ​ທາງ​ດ້ານວັດ​ຖຸ​ອຸ​ປະ​ກອນ, ຄູຜູ້ສອນ, ຂໍ້​ມູນ ລ້ວນ​ແຕ່ຍັງບໍ່​ທັ​ນ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ສັງ​ຄົມ​ໃນ​ປັດ​ຈຸ​ບັນໄດ້ເທື່ອ.
ດັ່ງນັ້ນ, ເມື່ອ​ແນມ​ເຫັນ​ໄດ້ບັນຫາ​ດັ່ງ​ກ່າວ, ຂ້າ​ພະ​ເຈົ້າ ໃນ​ນາມ​ນັກ​ສຶກ​ສາ​-ປັນ​ຍາ​ຊົນ ຈື່ງ​ມີ​ຄວາມ​ສົນ​ໃຈ​ໃນ​ການ​ສຶກ​ສາ​ຄົ້ນ​ຄວ້າ​ປະ​ຫວັດ​ຄວາມ​ເປັນ​ມາ​ກ່ຽວ​ກັບ​ແຄນ ແລະ ການ​ເຝິກ​ເປົ່າ​ແຄນ​​ເບື້ອງ​ຕົ້ນ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ເລີ່ມ​ຕົ້ນ​ທີ່​ຈະ​ຮຽນ​ເປົ່າ​ແຄນ​ຂອງ​ບັນ​ດາ​ຜູ້​ທີ່​ສົນ​ໃຈ ແລະ ມັກ​ຮັກ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ​ມູນ​ມໍ​ລະ​ດົກ​ຂອງ​ຊາດ​ທີ່​ມີ​ມາຫຼາຍ​ພັນ​ປີ​ນີ້.
ໂດຍອີງໃສ່ຕຳນານທາງປະຫວັດສາດ, ປື້ມຕຳລາ, ເອກະສານ ແລະ ຂໍ້ມູນຈາກອິນເຕີເນັດຈາກພາຍໃນ ແລະ ຕ່າງປະເທດ ທີ່ກ່າວເຖິງຂໍ້ມູນຂອງແຄນ, ຂ້າພະເຈົ້າ ຈື່ງຄົ້ນຄວ້າ ແລ້ວ ຮິບໂຮມຂຽນ “ແຄນລາວ” ທີ່ກ່າວເຖິງ ປະຫວັດຄວາມເປັນມາຂອງແຄນໃນແຕ່ລະຍຸກແຕ່ລະສະໄໝ ລວມເຖິງວິທີການເປົ່າແຄນເບື້ອງຕົ້ນ ແລະ ຂໍຂອບໃຈລ່ວງໜ້ານຳທ່ານຜູ້ອ່ານມານະທີ່ນີ້ດ້ວຍ

ไม่มีความคิดเห็น:

แสดงความคิดเห็น

ขับเคลื่อนโดย Blogger.